ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍ​ພັກ​ ຫ້ອງການ​ ກົມ​ ວສ-ປສ ການ​ທະຫານ
ສຳເລັດກອງປະຊຸມ​ໃຫຍ່​ສະມາຊິກ​ພັກ ​ຄັ້ງ​ທີ III

     ວັນ​ທີ 23 ກຸມພາ 2024 ນີ້​, ໜ່ວຍ​ພັກ​ຫ້ອງການ ​ກົມ​ວິທະຍາສາດ-ປະຫວັດສາດ (ວສ-ປສ) ການ​ທະຫານ ​ໄດ້​ສຳເລັດກອງ​ປະຊຸມ
​ໃຫຍ່​ສະມາຊິກ​ພັກ ​ຄັ້ງ​ທີ III, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ສຸກ​ສັນ ຄ້າຍ​ພົມ ເລຂາ​ໜ່ວຍ​ພັກ​ຫ້ອງການ, ຮອງ​ຫົວໜ້າ​ຫ້ອງ
ການ, ມີ ສະຫາຍ ພັນ​ເອກ ປອ ໂພນ​ທອງ ພັນ​ຈະເລີນ​ພົນ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ກົມ ​ວສ-ປສ ການ​ທະຫານ, ມີ​
ຕົວ​ແທນ​ຈາກ​ບັນ​ຫ້ອງ, ພະ​ແນກ​ເອກະລາດ, ອົງ​ການຈັດຕັ້ງ​ມະຫາຊົນ ຕະຫຼອດ​ຮອດ​ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ​ ເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ສຸກ​ສັນ ຄ້າຍ​ພົມ ໄດ້​​ຜ່ານ​ບົດ​ລາຍ​ງານ​ທັງ​ສອງ​ພາກ ໂດຍ​ຍົກ​ໃຫ້​ເຫັນ​ດ້ານ​ດີ​ ແລະ ຂໍ້​ຄົງຄ້າງທີ່​ຕ້ອງ​ປັບປຸງແກ້​ໄຂ​ໃນຕໍ່
ໜ້າ ໃນ​ນັ້ນ, ​ໜ່ວຍ​ພັກ​ຫ້ອງການ ​ປະກອບ​ມີ​ຄະນະ​ພັກ 3 ສະຫາຍ, ມີ​ສະມາຊິກ​ພັກ​ທັງ​ໝົດ 25 ສະຫາຍ, ຍິງ 16 ສະຫາຍ, ສຳຮອງ 2 ສະ
ຫາຍ. ໃນ​ຕະຫຼອດ​ໄລຍະ 5 ປີ​ທີ່​ຜ່ານ​ມາ, ຄະ​ນະ​ພັກ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນໍາພາແນວ​ຄິດ​ເປັນ​ຫຼັກ ເຊື່ອມ​ຊຶມ​ຂໍ້​ກຳນົດ,​ ກົດ​
ລະບຽບ​ຂອງ​ພັກ ສາມາດ​ເຮັດ​ໃຫ້​ສະມາຊິກ​ພັກ​ມີ​ຄວາມ​ອຸ່ນ​ອຽນ​ທຸນ​ທ່ຽງ ສາມາດ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ ແລະ ຂັ້ນ​ເທິງ​ມອບ​ ໝາຍ​ໃຫ້,
ສາມາດ​ເຮັດ​ໃຫ້​ໜ່ວຍ​ພັກ​ຫ້ອງການ​ ເປັນ​ໜ່ວຍ​ພັກ ​ປອດ​ໃສ​ ເຂັ້ມແຂງ​ ​ໜັກ​ແໜ້ນ​, ສ່ວນ​ວຽກ​ງານ​ວິຊາ​ສະເພາະ​ຫ້ອງການ​ ປະກອບ​ມີ: ພະ​
ແນກ​ຂາ​ເຂົ້າ-ຂາ​ອອກ​ສຳ​ເນົາ​ເອກະສານ, ພະ​ແນກ​ພົວພັນ​ຕ່າງປະເທດ, ພະ​ແນກ​ຄົ້ນຄວ້າ​ສັງ​ລວມ​ ສາມາດ​ເປັນ​ເສນາ​ທິ​ການ​ໃຫ້​ກົມ ​ເຮັດ​ໜ້າ
ທີ່​ວິຊາ​ສະເພາະ​ໄດ້​ເປັນ​ຢ່າງ​ດີ. ໃນກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດເຫັນ ​ເພື່ອ​ປັບປຸງ​ຈຸດ​ທີ່​ຄົງ​ຄ້າງ ພ້ອມ​ທັງ​ຜ່ານ​ແຜນການ​ແຕ່​ນີ້ ​ຮອດ
​ປີ 2028 ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໃນ​ວຽກ​ງານ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

     ໃນ​ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ເລືອກ​ເອົາ​ຄະນະ​ພັກ​ຊຸດ​ໃໝ່ ເຊິ່ງ​ມີ​ຜູ້​ສະໝັກ​ທັງ​ໝົດ 7 ສະຫາຍ, ເລືອກ​ເອົາ 5 ສະຫາຍ. ປະທານ​ກອງ​
ປະຊຸມ ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ ​ຈົ່ງ​ຍົກ​ສູງ​ຕື່ນ​ຕົວ​ແນວ​ຄິດ​ການເມືອງ​ຂອງ​ຕົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການ​ງານ​ວຽກ​ວິຊາ​ສະເພາະ
ແລະ ວຽກ​ຂະ​ບວນ​ການ​ໃຫ້​ຟົດຟື້ນ, ກໍ່ສ້າງ​ໜ່ວຍ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ​ ໜັກ​ແໜ້ນ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ຂັ້ນ​ເທິງ​ມອບ​
ໝາຍ​ໃຫ້.

ແຫຼ່ງຂ່າວໂດຍ ສອນ​ໄຊ
ວັນທີ 28/02/2024